ກອງປະຊຸມເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຄຳແນະນຳວ່າດ້ວຍການເກັບຄ່າທຳນຽມໃຫ້ບັນດາຫົວໜ່ວຍທຸລະກິດບໍລິການດ້ານໄປສະນີພັນ ແລະ ພັດສະດຸພັນພາຍໃນແຂວງ ຫຼວງນ້ຳທາ
23/02/2022
ໃນຕອນເຊົ້າຂອງວັນທີ 7 ຕຸລາ 2021 ເວລາ 8:30 ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ຂະແໜງໄປສະນີ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຄຳແນະນຳວ່າດ້ວຍການເກັບຄ່າທຳນຽມໃຫ້ບັນດາຫົວໜ່ວຍທຸລະກິດບໍລິການດ້ານໄປສະນີພັນ ແລະ ພັດສະດຸພັນພາຍໃນແຂວງ ຫຼວງນ້ຳທາ ໂດຍການເປັນປະທານຂອງ ທ່ານ ບຸນຍືນ ພິລີນຫວນ ຮອງຫົວໜ້າພະແນກ ຕສ ມີຜູ້ເຂົ້າຮວມທັງໝົດ 12 ທ່ານ ຍີງ 5 ທ່ານ ກອງປະຊຸມໄດ້ສີ້ນສຸດລົງ ເວລາ 11:30.

