ກອງປະຊຸມສະຫຼຸບວຽກງານຂົງເຂດ ເຕັກໂນໂລຊີ ແລະ ການສື່ສານປະຈຳງວດ II, ງວດ III ປີ 2021 ແລະ ວາງທິດທາງແຜນການປະຈຳງວດ IV ປີ 2021
23/02/2022
ໃນຕອນເຊົ້າເວລາ 8:30 ຂອງວັນທີ 14 ຕຸລາ 2021 ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂົງເຂດ ເຕັກໂນໂລຊີ ແລະ ການສື່ສານປະຈຳງວດ II, ງວດ III ປີ 2021 ແລະ ວາງທິດທາງແຜນການປະຈຳງວດ IV ປີ 2021 ຮ່ວມກັບບັນດາບໍລິສັດໂທລະຄົມມະນາ ແລະ ລັດວິສາຫະກິດໄປສະນີ ສາຂາແຂວງ ໂດຍການເປັນປະທານຂອງ ທ່ານ ພູນແກ້ວ ເຫຼົາອິນ ກຳມະການພັກແຂວງ ຫົວໜ້າພະແນກ ຕສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 16 ຄົນ ຍີງ 8 ຄົນ ກອງປະຊຸມໄດ້ສີ້ນສຸດລົງ ເວລາ 11:30.

