ກອງປະຊຸມດໍາເນີນຊີວິດການເມືອງຈັດແບ່ງປະເພດສະມາຊີກພັກປະຈໍາປີ 2021

23/02/2022

ກອງປະຊຸມດໍາເນີນຊີວິດການເມືອງຈັດແບ່ງປະເພດສະມາຊີກພັກປະຈໍາປີ 2021

ໃນຕອນບ່າຍຂອງວັນທີ 25 ພະຈີກ 2021 ຢູ່ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນໍ້າທາ ໜ່ວຍພັກບໍລິຫານພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງຈັດແບ່ງປະເພດສະມາຊີກພັກປະຈໍາປີ 2021 ໂດຍການເປັນປະທານ ຂອງສະຫາຍ ພູນແກ້ວ ເຫຼົາອີນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໃນກອງປະຊຸມດັ່ງກ່າວ ສະຫາຍ ບຸນຍືນ ພິລີນຫວນ ເລຂາໜ່ວຍພັກບໍລິຫານພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ ຈາກນັ້ນສະມາຊີກແຕ່ລະສະຫາຍໄດ້ຜ່ານບົດສໍາຫຼວດຕົນເອງໃນ 1 ປີຜ່ານມາ ຕອນທ້າຍກອງປະຊຸມຍັງໄດ້ລົງຄະແນນສຽງຈັດແບ່ງປະເພດສະມາຊີກພັກແບບປິດລັບ ເຊີ່ງມີສະມາຊີກພັກພາຍໃນໜ່ວຍເຂົ້າຮ່ວມທັງໝົດ 13 ສະຫາຍ ຍີງ 8 ສະຫາຍ. ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 16:00 ນາທີຂອງວັນດຽວກັນ.

 

ການເຝົ້າລະວັງ
ວິໃສທັດ