ກອງປະຊຸມ ຝຶກອົບຮົມການນຳໃຊ້ລະບົບສື່ສານພາກລັດ ( G-Chat ) ການນຳໃຊ້ບໍລິການ "ລາວສູ້ສູ້" ໂດຍຜ່ານໂປຣແກຣມ KYC

23/02/2022

ກອງປະຊຸມ ຝຶກອົບຮົມການນຳໃຊ້ລະບົບສື່ສານພາກລັດ ( G-Chat ) ການນຳໃຊ້ບໍລິການ

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 30 ພະຈິກ 2021 ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ຝຶກອົບຮົມການນຳໃຊ້ລະບົບສື່ສານພາກລັດ ( G-Chat ) ການນຳໃຊ້ບໍລິການ "ລາວສູ້ສູ້" ໂດຍຜ່ານໂປຣແກຣມ KYC ໃຫ້ແກ່ພະນັກງານຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ພະແນກການຕ່າງປະເທດ, ຄະນະກວດກາພັກ-ລັດແຂວງ, ອົງການແນວລາວສ້າງຊາດແຂວງ, ສະຫະພັນກຳມະບານແຂວງ, ຫ້ອງການ ປກຊ-ປກສ ແຂວງ ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໂດຍການເປັນປະທານຂອງທ່ານ ພູນແກ້ວ ເຫຼົາອິນ ກຳມະການພັກແຂວງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພ້ອມດ້ວຍວິຊາການພາກສ່ວນດັ່ງກ່າວ ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 12 ທ່ານ ແລະ ຊຸດຝຶກອົບຮົມໄດ້ປິດລົງໃນເວລາ 11 ໂມງ 30 ນາທີຂອງວັນດຽວກັນ.

 

ການເຝົ້າລະວັງ
ວິໃສທັດ