ກອງປະຊຸມດໍາເນີນຊິວິດການເມືອງຈັດແບ່ງປະເພດສະມາຊິກພັກປະຈໍາປີ 2021 ຂອງ​ໜ່ວຍ​ພັກ​ວິ​ຊາ​ການ

23/02/2022

ກອງປະຊຸມດໍາເນີນຊິວິດການເມືອງຈັດແບ່ງປະເພດສະມາຊິກພັກປະຈໍາປີ 2021 ຂອງ​ໜ່ວຍ​ພັກ​ວິ​ຊາ​ການ

ໃນຕອນບ່າຍຂອງວັນທີ 30 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນໍ້າທາ ໜ່ວຍພັກວິຊາການພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມດໍາເນີນຊິວິດການເມືອງຈັດແບ່ງປະເພດສະມາຊິກພັກປະຈໍາປີ 2021 ໂດຍການເປັນປະທານຂອງສະຫາຍ ພູນແກ້ວ ເຫຼົາອີນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໃນກອງປະຊຸມດັ່ງກ່າວ ສະຫາຍ ບຸນເພີບ ຈັນທະວີ ເລຂາໜ່ວຍພັກວິຊາການ ໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍ ຈາກນັ້ນສະມາຊິກແຕ່ລະສະຫາຍໄດ້ຜ່ານບົດສໍາຫຼວດຕົນເອງໃນ 1 ປີຜ່ານມາ ໃນຕອນທ້າຍກອງປະຊຸມຍັງໄດ້ລົງຄະແນນສຽງຈັດແບ່ງປະເພດສະມາຊິກພັກແບບປິດລັບ ເຊີ່ງມີສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມທັງໝົດ 15 ສະຫາຍ, ຍີງ 6 ສະຫາຍ. ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ

 

ການເຝົ້າລະວັງ
ວິໃສທັດ