ກອງປະຊຸມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ຄັ້ງທີ I ຮອບທີ I ປະຈຳປີ 2021

23/02/2022

ກອງປະຊຸມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ຄັ້ງທີ I ຮອບທີ I ປະຈຳປີ 2021

ໃນຕອນບ່າຍ ຂອງວັນທີ8 ພະຈີກ 2021, ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະການສື່ສານແຂວງຫຼວງນ້ຳທາ,
ໜ່ວຍພັກ ບໍລິຫານ ພະແນກ ຕສ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ຄັ້ງທີ I ຮອບທີ I ປະຈຳປີ 2021 ຂອງຕົນຂື້ນ,ພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຍືນ ພິລິຫວນ ເລຂາໜ່ວຍພັກ ບໍລິຫານ ພະແນກ ຕສ , ເປັນກຽດ ເຂົ້າຮວມໃນກອງປະຊຸມມີ ສະຫາຍ ພູນແກ້ວ ເຫຼົາອີນ ກຳມະການ ພັກແຂວງ ເລຂາຄະນະພັກ ຮາກຖານ ພະແນກ ຕສ ແລະມີບັນດາຜູ້ຕ່າງໜ້າຈາກໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ແລະ ສະມາຊີກພາຍໃນໜ່ວຍ ເຂົ້າຮ່ວມທັງໜົດ13 ສະຫາຍ,ຍີງ, 6 ສະຫາຍ ໃນກອງປະຊຸມ ສະຫາຍນາງບົວສອນ ແສນຍອດ ຮອງເລຂາໜ່ວຍພັກ ບໍລິຫານ ພະແນກ ຕສ ໄດ້ຂື້ນຜ່ານ ຮ່າງບົດປະເມີນການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ I ຮອບທີ I ປະຈຳປີ 2021ເຊີ່ງໄດ້ຕີລາຄາ ແລະ ຍົກໃຫ້ເຫັນ ດ້ານດີ,ຜົນງານ ດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜື່ງ ພ້ອມທັງວີທີປັບປຸ່ງ ແກ້ໄຂໃນຕໍ່ໜ້າ ແລະ ທິດທາງແຜນການປະຈຳປີ 2022
ກອງປະຊຸມດັ່ງກ່າວໄດ້ປິດລົງ ຢ່າງເປັນທາງການໃນເວລາ 15 :30 ໂມງຂອງວັນດຽວກັນ

 

ການເຝົ້າລະວັງ
ວິໃສທັດ