ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນ້ຳທາ ພ້ອມດ້ວຍບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດ ອີທີແອວ ຈຳກັດ ສາຂາແຂວງ ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວະລະແຫ່ງຊາດໃນຂົງເຂດ ຕສ ຢູ່ທີ່ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເມືອງ ສິງ ແລະ ເມືອງລອງ

19/05/2022

ໃນລະຫວ່າງວັນທີ 26-27 ເມສາ 2022 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນ້ຳທາ ພ້ອມດ້ວຍບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດ ອີທີແອວ ຈຳກັດ ສາຂາແຂວງ ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວະລະແຫ່ງຊາດໃນຂົງເຂດ ຕສ ຢູ່ທີ່ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເມືອງ ສິງ ແລະ ເມືອງລອງ ໂດຍການເປັນປະທານ ຂອງທ່ານ ພູນແກ້ວ ເຫຼົາອິນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໃນກອງປະຊຸມດັ່ງກ່າວ ບັນດາຫ້ອງການ ຕສ ເມືອງ ໄດ້ຂຶ້ນລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂົງເຂດ ຕສ ທີ່ຕິດພັນກັບວາລະແຫ່ງຊາດ ຈາກນັ້ນບັນດາແຂກທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ມີການແລກປ່ຽນປຶກສາຫາລືບັນດາໜ້າວຽກຕ່າງໆ, ຕອນທ້າຍກອງປະຊຸມ ທ່ານພູນແກ້ວ ເຫຼົາອິນ ຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາຫ້ອງການ ຕສ ເມືອງ ໃຫ້ມີຄວາມຫ້າວຫັນໃສ່ພາລະບົດບາດຫັນເປັນທັນສະໄໝທາງດ້ານດີຈີຕອນ ຕາມແຜນຍຸດທະສາດຂອງກະຊວງ ຕສ

ການເຝົ້າລະວັງ
ວິໃສທັດ