ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນ້ຳທາ ໄດ້ຈັດຝຶກອົບເພື່ອສ້າງຄວາມເຂັ້ມແຂງທາງດ້ານໄອຊີທີໃຫ້ແກ່ພະນັກງານລັດຖະ ກອນຢູ່ທີ່ເມືອງລອງ

19/05/2022

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນ້ຳທາ ໄດ້ຈັດຝຶກອົບເພື່ອສ້າງຄວາມເຂັ້ມແຂງທາງດ້ານໄອຊີທີໃຫ້ແກ່ພະນັກງານລັດຖະ ກອນຢູ່ທີ່ເມືອງລອງ

ໃນວັນທີ 9 – 11 ພຶດສະພາ 2022 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນ້ຳທາ ໄດ້ຈັດຝຶກອົບເພື່ອສ້າງຄວາມເຂັ້ມແຂງທາງດ້ານໄອຊີທີໃຫ້ແກ່ພະນັກງານລັດຖະ ກອນຢູ່ທີ່ເມືອງລອງ ໂດຍການເປັນປະທານຂອງທ່ານ ບຸນເພີບ ຈັນທະວີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ. ກອງປະຊູມຝຶກອົບຮົມຄັ້ງນີ້ມີບັນດາຫ້ອງການອ້ອມຂ້າງເມືອງເຂົ້້າຮ່ວມຝຶກ ແລະ ມີຈຳນວນພົນຜູ້ເຂົ້າຮ່ວມທັງໝົດ 81 ທ່ານ, ຍິງ 23 ທ່ານ, ເນື້ອໃນການຈັດຝຶກຄັ້ງນີ້ມີຄື: ການສ້າງແອບລົງທະບຽນເຂົ້າຮ່ວມກອງປະຊຸມແບບສະແກນ QR code, ແນະນໍາແອບພິເຄຊັນ G-Chatຂອງລັດ ຖະບານ, ການສ້າງ Gmail,ແນະນຳແອບພິເຄຊັນLao KYC, ໂປຣແກຣມ ຂາເຂົ້າ-ຂາອອກ ໃນກອງປະຊຸມໄດ້ມີການສົນທະນາແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ກອງປະຊຸມໄດ້ດຳເນີນເປັນເວລາ 3 ວັນ.
ກອງປະຊຸມໄດ້ປິດລົງໃນເວລາ 15ໂມງ 30 ນາທີ ຂອງວັນທີ 11 ພຶດສະພາ 2022

 

ການເຝົ້າລະວັງ
ວິໃສທັດ