ກອງປະຊຸມຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວຽກງານໄປສະນີ ພາຍໃນແຂວງ

19/05/2022

ກອງປະຊຸມຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວຽກງານໄປສະນີ ພາຍໃນແຂວງ

ໃນຕອນທ່ຽງຂອງວັນທີ 16 ພຶດສະພາ 2022 ເວລາ 13:30 ໂມງ ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງນ້ຳທາ ຂະແໜງໄປສະນີ ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວຽກງານໄປສະນີ ພາຍໃນແຂວງ ໂດຍມີ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານເຂົ້າຮ່ວມທັງໝົດ 22 ທ່ານ ຍິງ 12 ທ່ານ ກອງປະຊຸມດັ່ງກ່າວ ທ່ານ ນາງ ບົວສອນ ແສນຍອດ ຫົວໜ້າຂະແໜງໄປສະນີ ໄດ້ຜ່ານ ຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງວຽກງານໄປສະນີ ພາຍໃນແຂວງ ຫຼວງນ້ຳທາ ຈາກນັ້ນພະນັກງານທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ມີຄວາມໝາຍຄົບຖ້ວນສົມບຸນຂື້ນຕື່ມ ກອງປະຊຸມໄດ້ປິດລົງໃນ ເວລາ 16:00 ໂມງ ຂອງວັນດຽວກັນ.

 

ການເຝົ້າລະວັງ
ວິໃສທັດ