ພະແນກເຕັກໂນໂລຊີ ແລະ ການສື່ສານພ້ອມດ້ວຍ ບໍລິສັດ ລາວໂທລະຄົມ ມະຫາຊົນ, ບໍລິສັດ ອິທີແອວ ຈຳກັດ, ບໍລິສັດສະຕຣາໂທລະຄົມ ສາຂາແຂວງ ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດໃນຂົງເຂດ ຕສ ຢູ່ທີ່ຫ້ອງການເຕັກໂນໂລຊີເມືອງນາແລ ແລະ ເມືອງວຽງພູຄາ

19/05/2022

ໃນວັນທີ 17 – 18 ພຶດສະພາ 2022 ພະແນກເຕັກໂນໂລຊີ ແລະ ການສື່ສານພ້ອມດ້ວຍ ບໍລິສັດ ລາວໂທລະຄົມ ມະຫາຊົນ, ບໍລິສັດ ອິທີແອວ ຈຳກັດ, ບໍລິສັດສະຕຣາໂທລະຄົມ ສາຂາແຂວງ ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດໃນຂົງເຂດ ຕສ ຢູ່ທີ່ຫ້ອງການເຕັກໂນໂລຊີເມືອງນາແລ ແລະ ເມືອງວຽງພູຄາ ໂດຍການເປັນປະທານຂອງທ່ານ ພູນແກ້ວ ເຫຼົາອິນ ກຳມະການພັກແຂວງເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ ຍິງ 11 ທ່ານ ໃນກອງປະຊຸມດັ່ງກ່າວບັນດາຫ້ອງການ ຕສ ເມືອງໄດ້ຂື້ນລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂົງເຂດ ຕສ ທີ່ຕິດພັນກັບວາລະແຫ່ງຊາດຈາກນັ້ນບັນດາແຂກທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ມີການແລກປ່ຽນປືກສາຫາລືບັນດາໜ້າວຽກຕ່າງໆ, ຕອນທ້າຍກອງປະຊຸມ ທ່ານພູນແກ້ວ ເຫຼົາອິນ ຍັງໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດໜ້າທີວຽກງານຂົງເຂດ ຕສ.

ການເຝົ້າລະວັງ
ວິໃສທັດ