ພິ​ທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ,ໝັກແໜັນ ຂອງ​ຄະ​ນະ​ພັກ​ຮາກ​ຖານ ພະ​ແນກ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ

28/06/2022

ພິ​ທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ,ໝັກແໜັນ ຂອງ​ຄະ​ນະ​ພັກ​ຮາກ​ຖານ ພະ​ແນກ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ

ຄະນະພັກຮາກຖານພະແນກ ເຕັກໂນໂລຊີແລະການສື່ສານແຂວງຫຼວງນ້ຳທາມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ,ໝັກແໜັນ
ໃນຕອນບ່າຍຂອງວັນທີ 14 ມິຖຸນາ ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານໄດ້ຈັດພິທີມອບ - ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ແກ່ ໜ່ວຍພັກ ບໍລິຫານ, ໜ່ວຍພັກ ວິຊາການ, ໜ່ວຍພັກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ໜ່ວຍພັກ ອີທີແອລ ຈຳກັດ ພາຍໃຕ້ການເປັນປະທານຂອງ ສະຫາຍ ພູນແກ້ວ ເຫຼົາອີນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ມີບັນດາສະຫາຍເລຂາ ຮອງເລຂາ ໜ່ວຍພັກທັງ 4 ໜ່ວຍຕະຫຼອດຮອດສະມາຊິກສົມບູນ ທັງ 4 ໜ່ວຍເຂົ້າຮ່ວມທັງໜົດ ຈຳນວນ 32 ສະຫາຍ ຍິງ 14 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ພູນແກ້ວ ເຫຼົາອີນ ຂື້ນຮັບໂດຍສະຫາຍ ເລຂາ, ຮອງເລຂາໜ່ວຍພັກທັງ 4 ໜ່ວຍ, ຕອນທ້າຍພິທີສະຫາຍ ພູນແກ້ວ ເຫຼົາອີນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ໂດຍໃຫ້ຮັກສາມູນເຊື້ອ ແລະ ສືບຕໍ່ບຸກບືນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ ກອງປະຊຸມດັ່ງກ່າວໄດ້ປິດລົງຢ່າງເປັນທາງການໃນເວລາ 16: 00 ຂອງວັນດຽວກັນ.

 

ການເຝົ້າລະວັງ
ວິໃສທັດ