ກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວຽກງານໄປສະນີຂັ້ນແຂວງ

28/06/2022

ກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວຽກງານໄປສະນີຂັ້ນແຂວງ

ໃນຕອນເຊົ້າເວລາ 8:30 ນາທີ ຂອງວັນທີ 16 ມີຖຸນາ 2022 ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວຽກງານໄປສະນີຂັ້ນແຂວງຮ່ວມກັບຄະນະຮັບຜິດຊອບເພື່ອຄົ້ນຄວ້າ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວຽກງານໄປສະນີຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ບຸນຍືນ ພິລີນຫວນ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ ຍິງ 3 ທ່ານ ກອງປະຊຸມໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວຽກງານໄປສະນີ ຈາກນັ້ນບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວຢ່າງກົງໄປກົງມາເພື່ອເປັນການປັບປຸງເຮັດໃຫ້ມີເນື້ອໃນຈະແຈ້ງລະອຽດ ແລະ ຮັດກຸມ ກອງປະຊຸມໄດ້ດຳເນີນເປັນເວລາ 1 ຕອນ ແລະ ໄດ້ປິດລົງເວລາ 11:30 ໂມງ ຂອງວັນດຽວກັນ

 

ການເຝົ້າລະວັງ
ວິໃສທັດ